\v 4 ແລະອາບີຢາຊົງລຸກຢືນຢູ່ເທິງພູເຂົາເຊມາຣາຢິມຊຶ່ງຢູ່ໃນພູເຂົາເອຟຣາຢິມ ແລະກ່າວວ່າ “ຂ້າແດ່ເຢໂຣໂບອາມ ແລະອິສຣາເອນທັງປວງ ຂໍຟັງຂ້າພະເຈົ້າ \v 5 ບໍ່ຄວນຫລືທີ່ທ່ານທັງຫລາຍຈະຮູ້ວ່າ ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນພຣະລາຊະທານຕຳແໜ່ງກະສັດເຫນືອອິສຣາເອນເປັນນິດແກ່ດາວິດ ແລະລູກຫລານຂອງພະອົງໂດຍຄຳຫມັ້ນສັນຍາແຫ່ງເກືອ