\v 28 ຖ້າມີການອຶດຢາກອາຫານໃນແຜ່ນດິນ, ຫລື ຖ້າມີພະຍາດຣະບາດ, ພືດຫ່ຽວແຫ້ງ ຫລື ເຊື້ອຣາທຳລາຍ, ຫລື ຕັກແຕນບິນ ຫລື ຕັກແຕນຄານ; ຫລື ສັດຕຣູຂອງພວກເຂົາອ້ອມເມືອງໃນແຜ່ນດິນຂອງພວກເຂົາໄວ້ທຸກດ້ານຈະເປັນພັຍພິບັດຢ່າງໃດ, ຫລື ຄວາມເຈັບຢ່າງໃດມີຂຶ້ນກໍດີ— \v 29 ແລະ ບໍ່ວ່າຄຳອະທິຖານຢ່າງໃດ ຫລື ຄຳອ້ອນວອນປະການໃດ ຊຶ່ງປະຊາຊົນຄົນໃດ ຫລືອິສະຣາເອນ—ປະຊາຊົນຂອງພຣະອົງທັງຫມົດທູນເພາະພັຍພິບັດ ແລະ ຄວາມທຸກໃຈ ແລ້ວໄດ້ກາງມືຂອງພວກເຂົາສູ່ພຣະວິຫານນີ້. \v 30 ຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ, ອັນເປັນບ່ອນປຣະທັບຂອງພຣະອົງ; ພຣະຣາຊະທານອະພັຍໂທດບາບ, ແລະ ຊົງປຣະທານແກ່ທຸກຄົນທີ່ພຣະອົງຊົງຮູ້ຈິດໃຈຕາມການປະພຶດທັງຫມົດຂອງພວກເຂົາ; ພຣະອົງຊົງຮູ້ຈັກຈິດໃຈຂອງເຂົາ, ເພາະພຣະອົງເທົ່ານັ້ນທີ່ຊົງຮູ້ຈິດໃຈລູກທັງຫລາຍຂອງມະນຸດ. \v 31 ຈົ່ງກະທຳຢ່າງນີ້ ເພື່ອວ່າພວກເຂົາຈະໄດ້ຢຳເກງພຣະອົງ, ແລະພວກເຂົາຈະດຳເນີນໃນເສັ້ນທາງຂອງພຣະອົງ ຕະຫລອດວັນເວລາທີ່ພວກເຂົາມີຊີວິດຢູ່ໃນແຜ່ນດິນ ຊຶ່ງພຣະອົງໄດ້ພຣະຣາຊະທານແກ່ບັນພະບຸຣຸດຂອງຂ້າພະອົງທັງຫລາຍ.