\v 12 ຄົນທັງຫລາຍກໍເຮັດງານຢ່າງສັດຊື່. ຜູ້ຄຸມງານມີຢາຮາດແລະ ໂອບາດີຢາ, ຄົນເລວີ, ລູກຫລານຂອງເມຣາຣີ; ແລະເຊຄາຣີຢາ ກັບເມຊຸນລຳ, ລູກຫລານຂອງຄົນໂກຮາດເປັນຜູ້ເບິ່ງແຍງ ຄົນເລວີທຸກຄົນທີ່ຊຳນານເຄື່ອງດົນຕຣີ.​ \v 13 ພວກຄົນເລວີເຫລົ່ານີ້ເປັນຜູ້ເບິ່ງແຍງຄົນຫາມເຄື່ອງ ແລະ ບັນດາຄົນທີ່ເຮັດວຽກບົວລະບັດທຸກຢ່າງ. ຄົນເລວີບາງຄົນເປັນຄົນຮັກສາ, ເປັນເຈົ້າຫນ້າທີ່ ແລະ ເປັນຄົນເຝົ້າຍາມປະຕູ.