\v 17 ພວກເຂົາໄດ້ແຈກຢາຍໃຫ້ກັບບັນດາປະໂລຫິດກໍເຮັດຕາມເຊື້ອສາຍແຫ່ງບັນພະບຸຣຸດຂອງພວກເຂົາ ແລະ ຄືກັນກັບ ສ່ວນຄົນເລວີຕັ້ງແຕ່ອາຍຸຊາວປີຂຶ້ນໄປ ແລະ ຫລາຍກວ່າ, ຕາມຫນ້າທີ່ຂອງພວກເຂົາ ຕາມຜຽນຂອງພວກເຂົາທັງຫລາຍ. \v 18 ພວກເຂົາໄດ້ລວມທັງລູກນ້ອຍຂອງຕົນ, ເມຍຂອງຕົນ, ແລະ ລູກຊາຍລູກສາວຂອງປວງຊົນທັງຫມົດ, ເພາະພວກເຂົາທັງຫລາຍສັດຊື່ໃນການຮັກສາຕົວໃຫ້ບໍຣິສຸດ. \v 19 ສຳລັບເຊື້ອສາຍຂອງອາໂຣນຄືພວກປະໂລຫິດ, ຜູ້ຢູ່ໃນທົ່ງນາອ້ອມຮອບຫົວເມືອງຂອງພວກເຂົານັ້ນ, ຫລື ໃນຫົວເມືອງຕ່າງໆ,​ ມີຜູ້ຊາຍທີ່ຖືກລະບຸຊື່ໃຫ້ແຈກຢາຍສ່ວນແບ່ງແກ່ຜູ້ຊາຍທຸກຄົນໃນພວກປະໂລຫິດ, ແລະ ແກ່ທຸກຄົນທີ່ໄດ້ບັນທຶກຢູ່ໃນບັນຊີໃນບັນທຶກຂອງບັນດາບັນພະບຸຣຸດຂອງພວກເຂົາໃນທ່າມກາງພວກເລວີ.