\v 8 ດັ່ງນັ້ນກະສັດຈຶ່ງຊົງບັນຊາ, ແລະ ພວກເຂົາໃຫ້ເຮັດຫີບຫນ່ວຍຫນຶ່ງວາງໄວ້ນອກປະຕູພຣະວິຫານຂອງພຣະຢາເວ. \v 9 ແລ້ວມີຄຳປະກາດໄປທົ່ວຢູດາ ແລະ ເຢຣູຊາເລັມ, ໃຫ້ເສຍສ່ວຍຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າກຳນົດແກ່ອິສະຣາເອນໃນຖິ່ນແຫ້ງແລ້ງກັນດານ ເຂົ້າມາຖວາຍພຣະຢາເວ. \v 10 ບັນດາເຈົ້ານາຍທັງຫມົດ ແລະ ປະຊາຊົນທັງປວງກໍປິຕິຍິນດີ ແລະ ນຳຄ່າເສຍສ່ວຍຂອງພວກເຂົາທັງຫລາຍມາປ່ອນລົງໃນຫີບຈົນຄົບ.