\c 24 \v 1 ໂຢອາດໄດ້ເລີ່ມປົກຄອງນັ້ນ ພະອົງມີອາຍຸເຈັດປີ; ພະອົງຊົງປົກຄອງໃນເມືອງເຢຣູຊາເລັມສີ່ສິບບີ. ມານດາຂອງພະອົງຊົງພະນາມວ່າ ນາງຊີບີຢາ, ແຫ່ງເມືອງເບເອເຊບາ. \v 2 ໂຢອາດຊົງກະທຳສິ່ງທີ່ຊອບໃນສາຍພຣະເນດຂອງພຣະຢາເວຕະຫລອດຊົ່ວອາຍຸຂອງປະໂລຫິດເຢໂຮຢາດາ. \v 3 ເຢໂຮຢາດາຫາມະເຫສີໃຫ້ພະອົງສອງອົງ, ແລະ ພະອົງກໍໃຫ້ກຳເນີດລູກຊາຍ ແລະ ລູກສາວຫລາຍອົງ.