\v 4 ອາຮາຊີຢາຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ຄືກັບຣາຊະວົງຂອງອາຮາບໄດ້ເຮັດ, ເພາະວ່າຫລັງຈາກພະບິດາຂອງພະອົງສິ້ນພະຊົນແລ້ວ ພວກເຂົາທັງຫລາຍກໍເປັນທີ່ປຶກສາຂອງພະອົງ, ນຳໄປສູ່ຄວາມຈິບຫາຍຂອງພະອົງ. \v 5 ພະອົງຊົງປະຕິບັດຕາມຄຳປຶກສາຂອງພວກເຂົາ; ແລະສະເດັດໄປກັບເຢໂຮຣາມລູກຊາຍຂອງອາຮາບ, ກະສັດແຫ່ງອິສະຣາເອນ, ເພື່ອເຮັດສົງຄາມກັບຮາຊາເອນ, ກະສັດຂອງອາຣາມ, ທີ່ເມືອງຣາໂມດກິເລອາດ. ຄົນຊີເຣຍໄດ້ເຮັດໃຫ້ໂຢຣາມບາດເຈັບ.