\v 11 ເບິ່ງແມ, ພະຣາຊະກິດຂອງອາຊາ, ຕັ້ງແຕ່ຕົ້ນຈົນສຸດທ້າຍ, ໄດ້ບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງຢູດາ ແລະອິສະຣາເອນ. \v 12 ໃນປີທີສາມສິບເກົ້າແຫ່ງຣາຊະການຂອງພະອົງ, ອາຊາຊົງເປັນພະຍາດທີ່ພະບາດຂອງພະອົງ; ພະຍາດຂອງພະອົງກໍຮ້າຍແຮງຫລາຍ. ແມ່ນວ່າ, ເປັນພະຍາດຢູ່ພະອົງກໍບໍ່ໄດ້ຊົງສະແຫວງຫາພຣະຢາເວ, ແຕ່ໄດ້ສະແຫວງຫາຄວາມຊ່ວຍເຫລືອຈາກແພດຫມໍ.