\v 7 ປະຊາຊົນທັງປວງທີ່ເຫລືອຢູ່ໃນພວກຄົນຮິດຕີ, ຄົນອະໂມຣີດ, ຄົນເປຣິຊີ, ຄົນຮີວີ, ແລະ ຄົນເຢບຸດ, ຜູ້ທີ່ບໍ່ແມ່ນອິສະຣາເອນ, \v 8 ຈາກລູກຫລານຂອງຄົນເຫລົ່ານີ້ ຜູ້ເຫລືອຕໍ່ມາໃນແຜ່ນດິນ, ຜູ້ຊຶ່ງປະຊາຊົນອິສະຣາເອນບໍ່ໄດ້ທຳລາຍ— ໂຊໂລໂມນໄດ້ໃຫ້ປະຊາຊົນເຫລົ່ານີ້ເປັນຂ້າທາດແຮງງານ, ຊຶ່ງພວກເຂົາທັງຫລາຍກໍເປັນຢູ່ຈົນທຸກມື້ນີ້.