\v 7 ດາວິດ ບິດາຂອງຂ້າພະເຈົ້າຊົງຕັ້ງພະໄທ, ທີ່ຈະສ້າງພຣະວິຫານສຳລັບພຣະນາມແຫ່ງພຣະຢາເວ, ພຣະເຈົ້າຂອງອິສຣາເອນ. \v 8 ແຕ່ພຣະຢາເວກ່າວກັບດາວິດ ບິດາຂອງຂ້າພະເຈົ້າວ່າ, ‘ທີ່ເຈົ້າຕັ້ງໃຈສ້າງພຣະວິຫານສຳລັບນາມຂອງເຮົານັ້ນ, ເຈົ້າກໍເຮັດດີຢູ່ແລ້ວ ໃນເລື່ອງຄວາມຕັ້ງໃຈຂອງເຈົ້າ. \v 9 ຢ່າງໃດກໍຕາມ, ເຈົ້າຈະບໍ່ສ້າງພຣະວິຫານ; ແຕ່ລູກຊາຍຂອງເຈົ້າ, ຜູ້ຊຶ່ງຈະອອກມາຈາກບັ້ນແອວຂອງເຈົ້າ,​ ຈະສ້າງພຣະວິຫານເພື່ອນາມຂອງເຮົາ.’