\v 20 ແລ້ວກະສັດເຮເຊກີຢາ ແລະຜູ້ທຳນວາຍເອຊາຢາລູກຊາຍອາໂມດໄດ້ອະທິຖານ ເພາະເລື່ອງນີ້ ໂດຍຮ້ອງທູນຕໍ່ສະຫວັນ \v 21 ແລະພຣະຜູ້ເປັນເຈົ້າຊົງໃຊ້ຜູ້ສົ່ງຂ່າວສະຫວັນອົງຫນຶ່ງ ຊຶ່ງໄດ້ຕັດທະຫານກ້າທັງປວງ ຜູ້ບັງຄັບກອງທັບ ແລະນາຍທະຫານໃນຄ້າຍຂອງກະສັດແຫ່ງອັດຊີເຣຍອອກເສຍ ເພາະສະນັ້ນ ພະອົງຈຶ່ງສະເດັດກັບໄປໃນແຜ່ນດິນຂອງພະອົງດ້ວຍຄວາມອັບອາຍຂາຍຫນ້າ ແລະເມື່ອພະອົງສະເດັດເຂົ້າໃນວິຫານແຫ່ງພະຂອງພະອົງ ຜູ້ທີ່ອອກມາຈາກບັ້ນແອວຂອງພະອົງເອງໄດ້ຂ້າພະອົງດ້ວຍດາບ