\v 4 ອາຮັດຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ຄືກັບລາຊະວົງຂອງອາຮາບໄດ້ເຮັດ, ເພາະວ່າຫລັງຈາກພະບິດາຂອງພະອົງສິ້ນພະຊົນແລ້ວ ພວກເຂົາທັງຫລາຍກໍເປັນທີ່ປຶກສາຂອງພະອົງ, ນຳໄປສູ່ຄວາມຈິບຫາຍຂອງພະອົງ. \v 5 ພະອົງຊົງປະຕິບັດຕາມຄຳປຶກສາຂອງພວກເຂົາ; ແລະສະເດັດໄປກັບເຢໂຮຣາມລູກຊາຍຂອງອາຮາບ, ກະສັດແຫ່ງອິດສະຣາເອນ, ເພື່ອເຮັດສົງຄາມກັບຮາຊາເອນ, ກະສັດຂອງຊີເຣຍ, ທີ່ເມືອງຣາໂມດກິເລອາດ. ຄົນຊີເຣຍໄດ້ເຮັດໃຫ້ໂຢຣາມບາດເຈັບ.