\v 18 ແຕ່ໂຢອາດກະສັດແຫ່ງອິດສະຣາເອນຊົງໃຊ້ໄປຍັງອາມາຊີຢາກະສັດແຫ່ງຢູດາ, ກ່າວວ່າ, “ຕົ້ນຜັກຫນາມເທິງເລບານອນສົ່ງຂ່າວໄປຫາຕົ້ນສົນເທິງເລບານອນ, ກ່າວວ່າ, ‘ຈົ່ງຍົກລູກສາວຂອງເຈົ້າໃຫ້ເປັນເມຍລູກຊາຍຂອງເຮົາ,’ ແຕ່ສັດປ່າໂຕຫນຶ່ງແຫ່ງເລບານອນຜ່ານມາ ຢຽບຕົ້ນຜັກຫນາມລົງເສຍ. \v 19 ທ່ານໄດ້ກ່າວວ່າ, ‘ເບິ່ງແມ, ຂ້າພະເຈົ້າໄດ້ໂຈມຕີເອໂດມ,’ ແລະ ຈິດໃຈຂອງທ່ານກໍຈອງຫອງຂຶ້ນໃນຄວາມໂອ້ອວດ. ພູມໃຈໃນໄຊຊະນະຂອງທ່ານ, ແຕ່ຈົ່ງຢູ່ກັບເຮືອນເຖີດ, ເພາະເຫດໃດທ່ານຈຶ່ງເລົ້າໃຈຕົນເອງໃຫ້ຕໍ່ສູ້ ແລະ ຮັບອັນຕະລາຍ ອັນຈະໃຫ້ທ່ານລົ້ມລົງ, ທັງທ່ານ ແລະ ຢູດາ?”