\v 24 ອາຮາດຊົງຮວບຮວມເຄື່ອງໃຊ້ຂອງພຣະວິຫານແຫ່ງພຣະເຈົ້າ ແລະ ຕັດເຄື່ອງໃຊ້ແຫ່ງພຣະວິຫານຂອງພຣະເຈົ້າເປັນຕ່ອນ. ພະອົງຊົງປິດປະຕູພຣະວິຫານຂອງພຣະຢາເວ ແລະຊົງສ້າງແທ່ນບູຊາສຳລັບພະອົງທຸກແຈເມືອງເຢຣູຊາເລັມ. \v 25 ພະອົງຊົງສ້າງປູຊະນີຍະສະຖານສູງໃນຫົວເມືອງຂອງຢູດາທຸກຫົວເມືອງ ເພື່ອເຜົາເຄື່ອງຫອມຖວາຍພະອື່ນ. ເຮັດໃຫ້ພຣະຢາເວ, ພຣະເຈົ້າແຫ່ງບັນພະບູລຸດຂອງພະອົງຊົງພຣະພິໂລດ.