\v 20 ພາຍຫລັງມາຫະລັດ,​ ເຣໂຮໂບອາມກໍຊົງຮັບມາອາກາ, ທິດາຂອງອັບຊາໂລມ; ຜູ້ຊຶ່ງປະສູດ ອາບີຢາ, ອາດຕາຍ, ຊີຊາ ແລະເຊໂລມິດໃຫ້ພະອົງ. \v 21 ເຣໂຮໂບອາມຊົງຮັກມາອາກາ, ທິດາຂອງອັບຊາໂລມ, ຫລາຍກວ່າມະເຫສີ ແລະ ນາງສະຫນົມຂອງພະອົງທັງຫມົດ (ພະອົງມີມະເຫສີສິບແປດອົງ ແລະ ນາງສະຫນົມຫົກສິບຄົນ, ແລະ ໃຫ້ກຳເນີດລູກຊາຍຊາວແປດອົງ ແລະ ທິດາຫົກສິບອົງ).