\v 3 ເມື່ອພະຣາຊີນີແຫ່ງເຊບາຊົງເຫັນພະສະຕິປັນຍາຂອງໂຊໂລໂມນ ແລະ ພະຣາຊະວັງທີ່ພະອົງຊົງສ້າງ, \v 4 ທັງອາຫານທີ່ຢູ່ເທິງໂຕະສະເຫວີຍ, ກັບບັນດາຂ້າຣາຊະການປະຈຳຢູ່, ແລະ ຂ້າໃຊ້ທີ່ຄອຍຖ້າຮັບໃຊ້ຢູ່ ແລະ ຕະຫລອດຈົນເຄື່ອງແຕ່ງກາຍ, ແລະພະນັກງານເຊີນຖ້ວຍຂອງພະອົງ ແລະ ລັກສະນະທ່າທາງທີ່ພະອົງໄດ້ຖວາຍເຄື່ອງເຜົາບູຊໃນພຣະວິຫານຂອງພຣະຢາເວ, ພະທັຍຂອງພະນາງກໍເສົ້າສະຫລົດໃຈລົງບາດດຽວ.