\v 6 ເພາະບັນພະບູລຸດຂອງເຮົາທັງຫລາຍໄດ້ກະທຳການບໍ່ສັດຊື່ ແລະ ໄດ້ເຮັດສິ່ງທີ່ຊົ່ວໃນສາຍພຣະເນດພຣະຢາເວພຣະເຈົ້າຂອງເຮົາ; ພວກເຂົາໄດ້ປະຖິ້ມພຣະອົງ, ຫັນຫນ້າຫນີໄປຈາກທີ່ປະທັບຂອງພຣະຢາເວເສຍ. \v 7 ພວກເຂົາປິດປະຕູລະບຽງພຣະວິຫານ ແລະ ໄດ້ດັບຕະກຽງເສຍ; ທັງບໍ່ໄດ້ເຜົາເຄື່ອງຫອມ ຫລືຖວາຍເຄື່ອງເຜົາບູຊາໃນສະຖານທີ່ບໍລິສຸດແດ່ພຣະເຈົ້າແຫ່ງອິດສະຣາເອນ.