\v 10 ພວກເຂົາມອບເງິນໃຫ້ແກ່ຜູ້ເບິ່ງແຍງພຣະວິຫານຂອງພຣະຢາເວ.​ ພວກເຂົາເຫລົ່ານີ້ໄດ້ມອບເງິນໃຫ້ແກ່ຜູ້ເຮັດວຽກຢູ່ໃນພຣະວິຫານ ເພື່ອການສ້ອມແປງພຣະວິຫານໃຫ້ຫມັ້ນຄົງ. \v 11 ພວກເຂົາໄດ້ຈ່າຍເງິນນັ້ນແກ່ພວກຊ່າງໄມ້ ແລະ ພວກກໍ່ສ້າງເພື່ອຈະຊື້ຫີນສະຫລັກ ແລະ ໄມ້ກະດານເພື່ອປະກອບເປັນຄານສຳລັບອາຄານ ທີ່ກະສັດແຫ່ງຢູດາໄດ້ປ່ອຍໃຫ້ຊຸດໂຊມ.