\v 22 ເມື່ອຊາຍຄົນໃດເຮັດບາບຕໍ່ເພື່ອນບ້ານຂອງຕົນ ແລະ ຖືກບັງຄັບໃຫ້ສາບານ, ແລ້ວລາວມາໃຫ້ຄຳສາບານຕໍ່ຫນ້າແທ່ນບູຊາຂອງພຣະອົງໃນພຣະວິຫານນີ້, \v 23 ຂໍພຣະອົງຊົງຮັບຟັງຈາກຟ້າສະຫວັນ ແລະ ຂໍຊົງກະທຳ ແລະ ຂໍຊົງພິພາກສາຜູ້ຮັບໃຊ້ທັງຫລາຍຂອງພຣະອົງ, ລົງໂທດຜູ້ເຮັດຄວາມຜິດ, ຊົງນຳຄວາມປະພຶດຂອງພວກເຂົາໃຫ້ຕົກເທິງຫົວຂອງຕົວເຂົາເອງ. ຂໍຊົງປະກາດຄວາມບໍລິສຸດຂອງຜູ້ຊອບທຳ, ສະຫນອງແກ່ລາວຕາມຄວາມຊອບທຳຂອງລາວ.