\v 32 ຝ່າຍພະລາຊະກິດນອກນັ້ນຂອງເຮເຊກີຢາ, ລວມທັງຄວາມດີຂອງພະອົງ ກໍມີບັນທຶກໄວ້ໃນນິມິດຂອງເອຊາຢາຜູ້ທຳນວາຍລູກຊາຍອາໂມດ, ແລະ ໃນຫນັງສືຂອງກະສັດແຫ່ງຢູດາ ແລະອິດສະຣາເອນ. \v 33 ເຮເຊກີຢາລ່ວງລັບໄປຢູ່ກັບບັນພະບູລຸດຂອງພະອົງ, ແລະ ພວກເຂົາຝັງພະສົບໄວ້ໃນຂຸມຝັງສົບສຳຄັນທີ່ສຸດໃນບັນດາລູກຊາຍຂອງດາວິດ. ຄົນຢູດາ ແລະ ຊາວເຢຣູຊາເລັມທັງປວງໄດ້ຖວາຍກຽດ ເມື່ອພະອົງສິ້ນພະຊົນ. ມານາເຊລູກຊາຍຂອງພະອົງໄດ້ປົກຄອງແທນພະອົງ.