\v 6 ພະອົງຊົງຕັ້ງຜູ້ບັງຄັບການໄວ້ເຫນືອປະຊາຊົນ. ພະອົງໄດ້ຊົງຮວບຮວມເຂົ້າໄວ້ນຳກັນໃນຖະຫນົນທີ່ປະຕູເມືອງ ແລະ ກ່າວຫນູນໃຈພວກເຂົາທັງຫລາຍ. ພະອົງກ່າວວ່າ, \v 7 “ຈົ່ງເຂັ້ມແຂງ ແລະກ້າຫານເຖີດ. ຢ່າຢ້ານ ຫລື ທໍ້ຖອຍຕໍ່ກະສັດອັດຊີເຣຍ ແລະ ຕໍ່ກອງທັບທັງຫມົດທີ່ຢູ່ກັບພວກເຂົານັ້ນ, ເພາະມີຜູ້ຫນຶ່ງໃນຝ່າຍເຮົາທີ່ໃຫຍ່ກວ່າຝ່າຍພວກເຂົາ. \v 8 ຝ່າຍພວກເຂົາມີແຕ່ກຳລັງເນື້ອຫນັງ, ແຕ່ຝ່າຍເຮົາມີພຣະຢາເວ,​ພຣະເຈົ້າຂອງເຮົາ, ຊົງສະຖິດກັບເຮົາ, ທີ່ຊົງຊ່ອຍເຮົາ ແລະ ສູ້ຮົບກັບຝ່າຍເຮົາ.” ປະຊາຊົນກໍວາງໃຈໃນພຣະດຳລັດຂອງເຮເຊກີຢາກະສັດແຫ່ງຢູດາ.