\c 13 \v 1 ໃນປີທີສິບແປດແຫ່ງລາຊະການຂອງກະສັດເຢໂຣໂບອາມ ອາບີຢາໄດ້ເລີ່ມປົກຄອງເຫນືອປະເທດຢູດາ \v 2 ພະອົງຊົງປົກຄອງໃນເຢຣູຊາເລັມສາມປີ ແມ່ຂອງພະອົງມີພະນາມວ່າ ມີກາຢາລູກສາວຂອງອຸຣີເອນແຫ່ງກິເບອາ ມີສົງຄາມລະຫວ່າງອາບີຢາ ແລະເຢໂຣໂບອາມ \v 3 ອາບີຢາສະເດັດອອກເຮັດສົງຄາມ ມີກອງທັບທະຫານຊຳນານເສິກເປັນຄົນຄັດເລືອກແລ້ວສີ່ແສນຄົນ ແລະເຢໂຣໂບອາມໄດ້ຕັ້ງແນວຮົບສູ້ກັບພະອົງດ້ວຍຄົນທີ່ຖືກຄັດເລືອກແລ້ວເປັນທະຫານແປດແສນຄົນ