\v 18 ຕັ້ງແຕ່ສະໄຫມຂອງຜູ້ທຳນວາຍຊາມູເອນ ກໍບໍ່ມີເທດສະການປັດສະຄາຄືຢ່າງນີ້ໃນອິດສະຣາເອນ, ບໍ່ມີກະສັດແຫ່ງອິດສະຣາເອນຈັກອົງຫນຶ່ງທີ່ຖືເທດສະການປັດສະຄາຢ່າງທີ່ໂຢສີຢາໄດ້ຊົງຖືນີ້, ບັນດາປະໂລຫິດກັບຄົນເລວີ, ແລະ ຢູດາກັບອິດສະຣາເອນທັງປວງທີ່ຢູ່ພ້ອມກັນ, ແລະ ທັງຊາວເຢຣູຊາເລັມ. \v 19 ເຂົາຖືເທດສະການປັດສະຄານີ້ໃນປີທີສິບແປດແຫ່ງລາຊະການໂຢສີຢາ.