\v 14 ໂກເຣ ລູກຊາຍອິມນາຄົນເລວີ, ຜູ້ເຝົ້າປະຕູດ້ານຕາເວັນອອກ, ເປັນຜູ້ເບິ່ງແຍງຂອງບູຊາທີ່ຖວາຍຕາມໃຈ ສະຫມັກແດ່ພຣະເຈົ້າ, ແຈກຢາຍສ່ວນບໍລິຈາກທີ່ສະຫງວນໄວ້ສຳລັບພຣະຢາເວ ແລະ ສິ່ງບໍລິສຸດທີ່ສຸດ. \v 15 ພາຍໃຕ້ເຂົາຄື ເອເດັນ, ມິນຢາມິນ, ເຢຊູອາ, ເຊມາຢາ, ອາມາຣີຢາ, ແລະ ເຊການີອາ ໃນເມືອງຕ່າງໆຂອງປະໂລຫິດ. ພວກເຂົາໄດ້ເຮັດໃຫ້ບັນດາຫນ້າທີ່ຕ່າງ ເປັນທີ່ໄວ້ວາງໃຈ, ເພື່ອພວກເຂົາແຈກຢາຍເຄື່ອງບູຊາຖວາຍເຫລົ່ານີ້ໃຫ້ແກ່ພີ່ນ້ອງຂອງພວກເຂົາທັງຫລາຍ,​ ໂດຍໃຫ້ທັງຜູ້ທີ່ສຳຄັນ ແລະ ຜູ້ທີ່ບໍ່ສຳຄັນ.