\v 2 ເຮເຊກີຢາໄດ້ຊົງຈັດການແບ່ງບັນດາປະໂລຫິດ ແລະ ຄົນເລວີອອກເປັນຫມວດ,​ ແຕ່ລະຫມວດຕາມຫນ້າທີ່ບົວລະບັດຂອງຕົນຄື ບັນດາປະໂລຫິດ ແລະ ຄົນເລວີ. ພະອົງໄດ້ຊົງກຳນົດໃຫ້ພວກເຂົາຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳ, ໃຫ້ບົວລະບັດ, ຖວາຍໂມທະນາພຣະຄຸນ, ແລະ ສັນລະເສີນພາຍໃນປະຕູຄ້າຍຂອງພຣະຢາເວ. \v 3 ສ່ວນທີ່ກະສັດຊົງບໍລິຈາກຈາກຊັບສິນສ່ວນພະອົງນັ້ນ ເປັນເຄື່ອງເຜົາບູຊາຄື ເຄື່ອງເຜົາບູຊາສຳລັບຕອນເຊົ້າ ແລະ ຕອນແລງ, ແລະ ເຄື່ອງເຜົາບູຊາສຳລັບວັນສະບາໂຕ, ວັນຂຶ້ນຫນຶ່ງຄ່ຳ ແລະ ເທດສະການຕາມກຳນົດ, ດັ່ງທີ່ບັນທຶກໄວ້ໃນພຣະບັນຍັດຂອງພຣະຢາເວ.