2019-11-30 08:41:07 +00:00
|
|
|
\v 16 ເຖິງວ່າມາອາກາແມ່ຂອງກະສັດອາຊາ ພະອົງກໍຊົງຖອດອອກຈາກການເປັນພະມານດາ, ເພາະພະນາງໄດ້ເຮັດຮູບເຄົາລົບອັນຫນ້າກຽດຊັງໃນເສົາຮູບເຄົາລົບ. ອາຊາຊົງທຳລາຍຮູບເຄົາລົບຂອງພະນາງລົງ, ແລະບົດ ແລ້ວເຜົາເສຍທີ່ຫ້ວຍນ້ຳກິດໂຣນ. \v 17 ແຕ່ສະຖານສູງຕ່າງໆຍັງບໍ່ໄດ້ຖືກຮື້ອອກຫມົດຈາກອິດສະຣາເອນ. ຢ່າງໃດກໍດີ ພະໄທຂອງອາຊາກໍບໍລິສຸດຕະຫລອດລາຊະການຂອງພະອົງ. \v 18 ພະອົງຊົງນຳເຄື່ອງອຸທິດຖວາຍຂອງຜູ້ເປັນພຣະຣາຊະບິດ ແລະ ລວມທັງເຄື່ອງທີ່ພະອົງເອງຊົງອຸທິດຖວາຍ ມີເງິນ ແລະ ຄຳ ແລະເຄື່ອງໃຊ້ເຂົ້າໄປໃນພຣະວິຫານຂອງພຣຢາເວ. \v 19 ບໍ່ມີສົງຄາມອີກຈົນປີທີສາມສິບຫ້າໃນລາຊະການຂອງອາຊາ.
|