2019-11-22 05:29:26 +00:00
|
|
|
\v 18 ສ່ວນພະລາຊະກິດນອກນັ້ນຂອງມານາເຊ ແລະຄຳອະທິຖານຂອງພະອົງຕໍ່ພຣະເຈົ້າ ແລະຖ້ອຍຄຳຂອງຜູ້ທຳນວາຍ ຜູ້ທູນພະອົງໃນພຣະນາມຂອງພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ ກໍມີບັນທຶກໄວ້ໃນໜັງສືຂອງກະສັດແຫ່ງອິສຣາເອນ \v 19 ຄຳອະທິຖານຂອງພະອົງ ແລະເລື່ອງທີ່ພຣະເຈົ້າຊົງຮັບຄຳອ້ອນວອນຂອງພະອົງ ບາບທັງຫມົດຂອງພະອົງ ແລະການບໍ່ສັດຊື່ຂອງພະອົງ ສະຖານທີ່ຊຶ່ງພະອົງຊົງສ້າງປູຊະນີຍະສະຖານສູງ ແລະຕັ້ງບັນດາເສົາຮູບເຄົາລົບ ກັບຮູບເຄົາລົບສະຫລັກ ກ່ອນທີ່ພະອົງຊົງຖ່ອມພະອົງລົງນັ້ນ ພວກເຂົາບັນທຶກໄວ້ໃນໜັງສືປະຫວັດທີ່ຜູ້ທຳນວາຍຂຽນ \v 20 ມານາເຊຈຶ່ງຊົງລ່ວງລັບໄປຢູ່ກັບບັນພະບູລຸດຂອງພະອົງ ພວກເຂົາຝັງພະສົບໄວ້ໃນພະລາຊະວັງຂອງພະອົງ ແລະອາໂມນລູກຊາຍຂອງພະອົງໄດ້ປົກຄອງແທນພະອົງ
|