lo_2ch_text_ulb_l3/06/36.txt

1 line
4.0 KiB
Plaintext
Raw Normal View History

\v 36 ຖ້າພວກເຂົາເຮັດບາບຕໍ່ພຣະອົງ—ເພາະບໍ່ມີມະນຸດຈັກຄົນຫນຶ່ງຊຶ່ງບໍ່ໄດ້ເຮັດບາບ—ແລະ ພຣະອົງຊົງຄຽດຮ້າຍຕໍ່ພວກເຂົາ ແລະ ພຣະອົງຊົງມອບພວກເຂົາໄວ້ຕໍ່ສັດຕຣູພວກເຂົາ, ຈຶ່ງຖືກຈັບໄປເປັນຊະເລີຍໃນແຜ່ນດິນໃດຫນຶ່ງບໍ່ວ່າໄກ ຫລື ໃກ້. \v 37 ແຕ່ຖ້າພວກເຂົາສຳນຶກຜິດໃນໃຈໃນແຜ່ນດິນທີ່ເຂົາໄດ້ຖືກຈັບໄປເປັນຊະເລີຍນັ້ນ, ແລະ ພວກເຂົາໄດ້ກັບໃຈ ແລະ ສະແຫວງຫາຄວາມຊອບທັມຈາກພຣະອົງໃນແຜ່ນດິນຂອງເຂົາໄປເປັນຊະເລີຍ. ຖ້າເຂົາທູນຕໍ່ພຣະອົງວ່າ, ‘ຂ້າພະອົງທັງຫລາຍໄດ້ເຮັດບາບ ແລະ ໄດ້ປະພຶດຊົ່ວຮ້າຍ ໄດ້ເຮັດຄວາມຊົ່ວ. \v 38 ຖ້າພວກເຂົາທັງຫລາຍກັບມາຫາພຣະອົງດ້ວຍສຸດຈິດສຸດໃຈຂອງພວກເຂົາໃນບ່ອນທີ່ສັດຕຣູກວາດໄປເປັນຊະເລີຍນັ້ນ, ແລະໄດ້ອະທິຖານຕໍ່ພຣະອົງຢູ່ຕໍ່ຫນ້າແຜ່ນດິນຂອງພວກເຂົາ, ຊຶ່ງພຣະອົງພຣະຣາຊະທານແກ່ບັນພະບດຂອງພວກເຂົາ,​ແລະ ຕໍ່ເມືອງທີ່ພຣະອົງໄດ້ຊົງເລືອກໄວ້, ແລະ ຕໍ່ພຣະວິຫານທີ່ຂ້າພະອົງໄດ້ສ້າງໄວ້ເພື່ອພຣະນາມຂອງພຣະອົງ. \v 39 ແລ້ວຂໍພຣະອົງຊົງຮັບຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາໃນຟ້າສະຫວັນອັນເປັນບ່ອນປະທັບຂອງພຣະອົງ, ແລະ ຂໍຊົງໃຫ້ສິດທິອັນຊອບທຳຂອງພວກເຂົາຄົງຢູ່. ຂໍຊົງໂຜດຍົກໂທດໃຫ້ແກ່ປະຊາຊົນຂອງພຣະອົງຜູ້ໄດ້ເຮັດບາບຕໍ່ພຣະອົງ. \v 40 ບັດນີ້, ຂ້າແດ່ພຣະເຈົ້າຂອງຂ້າພະອົງ, ຂໍພຣະເນດຂອງພຣະອົງຊົງເບິ່ງຢູ່, ແລະ ຂໍພຣະກັນຂອງພຣະອົງ ຊົງຮັບຟັງຄຳອະທິຖານແຫ່ງສະຖານທີ່ນີ້. \v 41 ຂ້າແດ່ພຣະຢາເວ, ບັດນີ້ ຂໍຊົງລຸກຂຶ້ນ, ສະເດັດໄປໃນທີ່ປະທັບຂອງພຣະອົງ, ທັງພຣະອົງ ແລະ ຫີບແຫ່ງລິດທານຸພາບຂອງພຣະອົງ. ຂ້າແດ່ພຣະຢາເວພຣະເຈົ້າ. ຂໍໃຫ້ປະໂລຫິດຂອງພຣະອົງສວມຄວາມພົ້ນ, ແລະ ໃຫ້ຜູ້ບໍລິສຸດຂອງພຣະອົງຊົມຊື່ນຍິນດີໃນຄວາມປະເສີດຂອງພຣະອົງ. \v 42 ຂ້າແດ່ພຣະຢາເວພຣະເຈົ້າ,​ຂໍຢ່າຊົງຫັນຫນ້າຫນີຈາກຜູ້ທີ່ພຣະອົງຊົງເຈີມໄວ້ນັ້ນ. ຂໍພຣະອົງຊົງລະນຶກເຖິງຄວາມເມດຕາຂອງພຣະອົງທີ່ມີຕໍ່ດາວິດ, ຜູ້ຮັບໃຊ້ຂອງພຣ