lo_2ch_text_ulb_l3/06/24.txt

1 line
1.1 KiB
Plaintext
Raw Normal View History

\v 24 ຖ້າອິດສະຣາເອນປະຊາຊົນຂອງພຣະອົງພ່າຍແພ້ຕໍ່ຫນ້າສັດຕູ ເພາະພວກເຂົາໄດ້ເຮັດບາບຕໍ່ພຣະອົງ, ຖ້າພວກເຂົາຖອຍຫລັງກັບມາຫາພຣະອົງອີກ, ຍອມຮັບພຣະນາມຂອງພຣະອົງ, ອະທິຖານ ແລະ ອ້ອນວອນຕໍ່ພຣະພັກ ພຣະອົງໃນພຣະວິຫານນີ້— \v 25 ກໍຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ ແລະ ໂຜດຍົກໂທດຄວາມຜິດບາບຂອງອິດສະຣາເອນປະຊາຊົນຂອງພຣະອົງ; ຂໍຊົງນຳພວກເຂົາກັບມາຍັງແຜ່ນດິນ ຊຶ່ງພຣະອົງໄດ້ໂຜດປະທານແກ່ພວກເຂົາທັງຫລາຍ ແລະ ບັນພະບູລຸດຂອງພວກເຂົາ.