2019-12-02 02:50:36 +00:00
|
|
|
\v 16 ໃນເວລານັ້ນນັ້ນກະສັດອາຮາດຊົງໃຊ້ໃຫ້ໄປຫາກະສັດແຫ່ງອັດຊີເຣຍເພື່ອຂໍຄວາມຊ່ວຍເຫລືອ. \v 17 ເພາະຄົນເອໂດມໄດ້ບຸກລຸກເຂົ້າມາອີກ ໄດ້ໂຈມຕີຢູດາ, ແລະ ຈັບໄປເປັນຊະເລີຍນຳ. \v 18 ຄົນຟີລິດສະຕີນໄດ້ເຂົ້າປຸ້ນຫົວເມືອງໃນພູເຂົາ ແລະ ທີ່ພາກໃຕ້ຂອງຢູດາ. ພວກເຂົາໄດ້ຍຶດເມືອງເບັດເຊເມັດ, ອາຢາໂລນ, ເກເດໂຣດ, ໂສໂກກັບຫມູ່ບ້ານ, ຕິມນາກັບຫມູ່ບ້ານ, ແລະ ທັງກິມໂຊກັບຫມູ່ບ້ານ. ພວກເຂົາກໍຕັ້ງເຕັນຢູ່ບ່ອນນັ້ນ.
|