lo_2ch_text_ulb_l3/06/14.txt

1 line
1.2 KiB
Plaintext
Raw Normal View History

\v 14 ພະອົງທູນວ່າ, “ຂ້າແດ່ພຣະຢາເວພຣະເຈົ້າແຫ່ງອິສະຣາເອນ, ບໍ່ມີພຣະເຈົ້າອົງໃດເຫມືອນພຣະອົງ ໃນຟ້າສະຫວັນ ຫລື ທີ່ແຜ່ນດິນໂລກ, ຜູ້ຊົງຮັກສາຄຳຫມັ້ນສັນຍາ ແລະຊົງສຳແດງຄວາມເມດຕາແກ່ຜູ້ຮັບໃຊ້ຂອງພຣະອົງ ຜູ້ດຳເນີນຢູ່ຕໍ່ພຣະພັກພຣະອົງດ້ວຍສິ້ນສຸດໃຈຂອງເຂົາ; \v 15 ພຣະອົງໄດ້ຊົງກະທຳກັບດາວິດບິດາຂອງຂ້າພະອົງ, ຜູ້ຮັບໃຊ້ຂອງພຣະອົງຕາມບັນດາສິ່ງ ທີ່ພຣະອົງຊົງສັນຍາໄວ້ ແກ່ເພິ່ນ. ພຣະອົງກ່າວດ້ວຍພຣະໂອດຂອງພຣະອົງ ແລະ ພຣະອົງໄດ້ຊົງກະທຳໃຫ້ສຳເລັດ, ໃນມື້ນີ້ດ້ວຍພຣະຫັດຂອງພຣະອົງ.