lo_2ch_text_ulb_l3/08/12.txt

1 line
1003 B
Plaintext
Raw Normal View History

\v 12 ແລ້ວໂຊໂລໂມນຊົງຖວາຍເຄື່ອງເຜົາບູຊາແດ່ພຣະຢາເວເທິງແທ່ນບູຊາຂອງພຣະຜູ້ເປັນເຈົ້າ ຊຶ່ງພະອົງຊົງສ້າງໄວ້ຢູ່ຫນ້າລະບຽງ. \v 13 ພະອົງໄດ້ຖວາຍເຄື່ອງບູຊາຕາມຫນ້າທີ່ປະຈຳວັນທີ່ຕ້ອງເຮັດ, ເປັນການຖວາຍບູຊາຕາມບັນຍັດຂອງໂມເຊ, ໃນວັນສະບາໂຕ, ໃນວັນຂຶ້ນຄ່ຳຫນຶ່ງ, ແລະ ໃນວັນເທດສະການຕາມກຳນົດ ປະຈຳປີສາມເທດສະການຄື ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ເທດສະການເກັບກ່ຽວ ແລະ ເທດສະການປຸກຕູບຢູ່.