lo_2ch_text_ulb_l3/05/04.txt

1 line
966 B
Plaintext
Raw Normal View History

\v 4 ພວກຜູ້ໃຫຍ່ທັງຫມົດຂອງອິດສະຣາເອນກໍມາ, ແລະ ຄົນເລວີ ກໍຍົກຫີບ. \v 5 ພວກເຂົາທັງຫລາຍກໍນຳຫີບ, ຫໍເຕັນແຫ່ງຊຸມນຸມ, ແລະ ເຄື່ອງໃຊ້ບໍລິສຸດທັງຫມົດທີ່ຢູ່ໃນຫໍເຕັນຂຶ້ນມາ. ເຄື່ອງເຫລົ່ານີ້ບັນດາປະໂລຫິດຄົນເລວີຫາມຂຶ້ນມາ. \v 6 ກະສັດໂຊໂລໂມນ ແລະ ຊຸມນຸມຊົນອິດສະຣາເອນທັງຫມົດທີ່ໄດ້ປະຊຸມກັນຢູ່ກັບພະອົງຕໍ່ຫນ້າຫີບ, ໄດ້ຖວາຍແກະ ແລະ ງົວຫລາຍໂຕ ຊຶ່ງພວກເຂົາຈະນັບເອົາຈຳນວນກໍບໍ່ໄດ້.