lo_2ch_text_ulb_l3/21/18.txt

1 line
1.3 KiB
Plaintext
Raw Normal View History

\v 18 ພາຍຫລັງເລື່ອງເຫລົ່ານີ້ ພຣະຜູ້ເປັນເຈົ້າຊົງເຮັດໃຫ້ລຳໄສ້ຂອງເຢໂຮຣາມເປັນພະຍາດຊຶ່ງຮັກສາບໍ່ໄດ້ \v 19 ຕໍ່ມາເປັນເວລາຄົບສອງປີລຳໄສ້ຂອງພະອົງກໍອອກມາເພາະພະຍາດນັ້ນ ແລະພະອົງກໍສິ້ນພະຊົນດ້ວຍ ຄວາມທຸກທໍລະມານຢ່າງຍິ່ງ ປະຊາຊົນຂອງພະອົງບໍ່ໄດ້ກໍ່ແປວໄຟຖວາຍກຽດແກ່ພະອົງ ຄືກັບທີ່ໄດ້ກໍ່ແປວໄຟໃຫ້ກັບບັນພະບູລຸດຂອງພະອົງ \v 20 ເມື່ອພະອົງຊົງເລີ່ມປົກຄອງນັ້ນ ພະອົງມີອາຍຸສາມສິບສອງປີ ແລະຊົງປົກຄອງໃນເຢຣູຊາເລັມແປດປີ ພະອົງໄດ້ຊົງຈາກໄປໂດຍບໍ່ມີໃຜອາໄລ ພວກເຂົາຝັງພະສົບໄວ້ໃນນະຄອນດາວິດ ແຕ່ບໍ່ແມ່ນໃນຂຸມຝັງສົບຂອງບັນດາກະສັດ