lo_2ch_text_ulb_l3/34/23.txt

1 line
1.4 KiB
Plaintext
Raw Normal View History

\v 23 ນາງເວົ້າກັບພວກເຂົາວ່າ, “ພຣະຢາເວພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ຈົ່ງບອກຊາຍຜູ້ທີ່ໃຊ້ພວກເຈົ້າໃຫ້ມາຫາເຮົາວ່າ, \v 24 ‘ພຣະຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະນຳເຫດຊົ່ວຮ້າຍມາເຫນືອສະຖານທີ່ນີ້ ແລະ ເຫນືອຊາວເມືອງນີ້ ຄືຄຳສາບແຊ່ງທັງຫມົດທີ່ບັນທຶກໄວ້ໃນຫນັງສືຊຶ່ງໄດ້ອ່ານຖວາຍຕໍ່ພຣະພັກກະສັດແຫ່ງຢູດານັ້ນ. \v 25 ເພາະວ່າພວກເຂົາໄດ້ປະຖິ້ມເຮົາ ແລະ ໄດ້ເຜົາເຄື່ອງຫອມຖວາຍພະອື່ນ, ເພື່ອພວກເຂົາຈະເຮັດໃຫ້ເຮົາຮ້າຍດ້ວຍການງານທັງຫມົດແຫ່ງມືຂອງພວກເຂົາ. ເພາະສະນັ້ນ ພຣະພິໂລດຂອງເຮົາຈະຖອກລົງເຫນືອສະຖານທີ່ນີ້ ແລະ ຈະດັບບໍ່ໄດ້.