lo_2ch_text_ulb_l3/24/20.txt

1 line
1.7 KiB
Plaintext
Raw Normal View History

\v 20 ພຣະວິນຍານຂອງພຣະເຈົ້າໄດ້ສວມທັບເຊຄາຣີຢາລູກຊາຍເຢໂຮຢາດາ, ປະໂລຫິດ; ເພິ່ນຢືນຢູ່ເຫນືອປະຊາຊົນ ແລະ ກ່າວແກ່ພວກເຂົາວ່າ, “ພຣະເຈົ້າກ່າວດັ່ງນີ້ວ່າ ‘ເປັນຫຍັງທ່ານທັງຫລາຍຈຶ່ງລະເມີດພຣະບັນຍັດຂອງພຣະຢາເວ, ອັນເປັນເຫດໃຫ້ທ່ານຈະເລີນຂຶ້ນບໍ່ໄດ້? ເພາະທ່ານທັງຫລາຍໄດ້ປະຖິ້ມພຣະຢາເວ, ພຣະອົງຈຶ່ງປະຖິ້ມທ່ານ.” \v 21 ພວກເຂົາທັງຫລາຍຄິດຮ້າຍຕໍ່ເຊຄາຣີຢາ; ແລະ ໂດຍຄຳບັນຊາຂອງກະສັດ, ພວກເຂົາຈຶ່ງແກວ່ງຫີນໃສ່ເພິ່ນໃນເດີ່ນພຣະວິຫານຂອງພຣະຜູ້ຢາເວ. \v 22 ດັ່ງນີ້ແຫລະ, ກະສັດ, ໂຢອາດຈຶ່ງບໍ່ໄດ້ຊົງລະນຶກເຖິງຄວາມກະລຸນາທີ່ເຢໂຮຢາດາ, ບິດາຂອງເຊຄາຣີຢາ, ໄດ້ສະແດງຕໍ່ພະອົງ. ແຕ່ໄດ້ຊົງປະຫານລູກຊາຍຂອງເພິ່ນເສຍ. ເມື່ອພວກເຂົາກຳລັງຈະຕາຍ, ພວກເຂົາເວົ້າວ່າ, “ຂໍພຣະຢາເວຊົງທອດພຣະເນດ ແລະແກ້ແຄ້ນແທນ.”