lo_2ch_text_ulb_l3/28/12.txt

1 line
1.1 KiB
Plaintext
Raw Normal View History

\v 12 ບາງຄົນໃນຫົວຫນ້າຄົນເອຟຣາຢິມຄື ອາຊາຣີຢາລູກຊາຍໂຢຮານານ, ເບເຣກີຢາລູກຊາຍເມຊິນເລໂມດ, ເຢຮີຊະກີຢາລູກຊາຍຊານລູມ, ແລະ ອາມາສາລູກຊາຍຮັດໄລ, ໄດ້ຢືນຂຶ້ນຂັດຂວາງບັນດາຜູ້ທີ່ກັບມາຈາກສົງຄາມ. \v 13 ໂດຍເວົ້າກັບພວກເຂົາວ່າ, “ເຈົ້າຢ່ານຳຊະເລີຍເຂົ້າມາບ່ອນນີ້, ເພາະເຈົ້າມຸ້ງຫມາຍທີ່ຈະນຳໂທດບາບມາເຫນືອເຮົາຕໍ່ພຣະຢາເວ,​ເພີ່ມເຂົ້າກັບບາບ ແລະ ກຳຊົ່ວໃນປະຈຸບັນຂອງເຮົາ, ເພາະວ່າກຳຊົ່ວຂອງເຮົາກໍໃຫຍ່ຫລາຍ, ແລະ ພຣະພິໂລດອັນແຮງກ້າຕໍ່ອິດສະຣາເອນມີຢູ່ແລ້ວ.”