2019-11-30 15:57:39 +00:00
|
|
|
\c 19 \v 1 ເຢໂຮຊາຟັດກະສັດແຫ່ງຢູດາສະເດັດກັບໄປໂດຍສະຫວັດດີພາບເຖິງພະລາຊະວັງຂອງພະອົງໃນເມືອງເຢຣູຊາເລັມ. \v 2 ແຕ່ເຢຮູລູກຊາຍຮານານີ, ຜູ້ທຳນວາຍ, ໄດ້ອອກໄປເຝົ້າພະອົງ ທູນກະສັດເຢໂຮຊາຟັດວ່າ, “ຄວນທີ່ພະອົງ ຈະຊ່ວຍຄົນອະທຳ? ແລະຮັກຜູ້ທີ່ກຽດຊັງພຣະຢາເວຫລື? ເພາະເລື່ອງນີ້, ພຣະພິໂລດຂອງພຣະຢາເວໄດ້ອອກມາເຖິງພະອົງ. \v 3 ຢ່າງໃດກໍດີ, ພຣະເຈົ້າຍັງພົບຄວາມດີໃນພະອົງຢູ່ຄື ທີ່ໄດ້ຊົງທຳລາຍບັນດາເສົາອາເຊລາເສຍຈາກແຜ່ນດິນ ແລະ ໄດ້ຕັ້ງພະໄທສະແຫວງຫາພຣະເຈົ້າ.”
|