2019-11-30 16:29:10 +00:00
|
|
|
\v 35 ຫລັງຈາກນີ້ເຢໂຮຊາຟັດ, ກະສັດຂອງຢູດາ, ໄດ້ຊົງຮ່ວມງານກັບອາຮາຊີຢາ, ກະສັດຂອງອິດສະຣາເອນ, ຜູ້ຊົງກະທຳໃນສິ່ງທີ່ຊົ່ວຮ້າຍຫລາຍ. \v 36 ພະອົງຊົງຮ່ວມງານໃນເລື່ອງການສ້າງເຮືອໄປຫາເມືອງຕາຊິດ. ພວກເຂົາໄດ້ສ້າງເຮືອໃນເອັດຊິໂອນເກເບ. \v 37 ແລ້ວເອລີເອເຊລູກຊາຍໂດດາວາຮູແຫ່ງເມືອງມາເຣຊາ, ໄດ້ທຳນວາຍເຖີງເຢໂຮຊາຟັດວ່າ, “ເພາະພະອົງ ຊົງຮ່ວມງານກັບອາຮາຊີຢາ, ພຣະຢາເວຈະຊົງທຳລາຍສິ່ງທີ່ພະອົງເຮັດ.” ເຮືອກໍແຕກບໍ່ສາມາດໄປເມືອງຕາຊິດໄດ້.
|