lo_2ch_text_ulb_l3/31/17.txt

1 line
1.6 KiB
Plaintext
Raw Normal View History

\v 17 ພວກເຂົາໄດ້ແຈກຢາຍໃຫ້ກັບບັນດາປະໂລຫິດກໍເຮັດຕາມເຊື້ອສາຍແຫ່ງບັນພະບູລຸດຂອງພວກເຂົາ ແລະ ຄືກັນກັບ ສ່ວນຄົນເລວີຕັ້ງແຕ່ອາຍຸຊາວປີຂຶ້ນໄປ ແລະ ຫລາຍກວ່າ, ຕາມຫນ້າທີ່ຂອງພວກເຂົາ ຕາມຜຽນຂອງພວກເຂົາທັງຫລາຍ. \v 18 ພວກເຂົາໄດ້ລວມທັງລູກນ້ອຍຂອງຕົນ, ເມຍຂອງຕົນ, ແລະ ລູກຊາຍລູກສາວຂອງປວງຊົນທັງຫມົດ, ເພາະພວກເຂົາທັງຫລາຍສັດຊື່ໃນການຮັກສາຕົວໃຫ້ບໍລິສຸດ. \v 19 ສຳລັບເຊື້ອສາຍຂອງອາໂຣນຄືພວກປະໂລຫິດ, ຜູ້ຢູ່ໃນທົ່ງນາອ້ອມຮອບຫົວເມືອງຂອງພວກເຂົານັ້ນ, ຫລື ໃນຫົວເມືອງຕ່າງໆ, ມີຜູ້ຊາຍທີ່ຖືກລະບຸຊື່ໃຫ້ແຈກຢາຍສ່ວນແບ່ງແກ່ຜູ້ຊາຍທຸກຄົນໃນພວກປະໂລຫິດ, ແລະ ແກ່ທຸກຄົນທີ່ໄດ້ບັນທຶກຢູ່ໃນບັນຊີໃນບັນທຶກຂອງບັນດາບັນພະບູລຸດຂອງພວກເຂົາໃນທ່າມກາງພວກເລວີ.