lo_1sa_text_ulb_l3/05/01.txt

1 line
862 B
Plaintext

\c 5 \v 1 \v 2 \v 3 ບັດນີ້ ຊາວຟີລິດສະຕິນໄດ້ຍຶດຫິບພັນທະສັນຍາຂອງພຣະເຈົ້າໄປ, ແລະພວກເຂົາໄດ້ນຳໄປຈາກເອເບເຊບາໄປຍັງອັດໂດດ. ຄົນຟີລິດສະຕິນກໍໄດ້ນຳຫິບພັນທະສັນຍາຂອງພຣະເຈົ້າ, ເຂົ້າໄປໄວ້ໃນວິຫານຂອງພະດາໂກນ, ແລະວາງຫິບໄວ້ຂ້າງພະດາໂກນ. ເມື່ອປະຊາຊົນຊາວອັດໂດດ ຕື່ນແຕ່ເຊົ້າໃນວັນຕໍ່ມາ, ເບິ່ງແມ້, ພະດາໂກນກໍໄດ້ຫລົ້ມຫນ້າຄວໍ່າຕົກລົງເຖິງພື້ນ.