lo_1sa_text_ulb_l3/04/07.txt

1 line
1.4 KiB
Plaintext

\v 7 ຊາວຟີລິດສະຕິນກໍຢ້ານ; ພວກເຂົາເວົ້າວ່າ, "ພຣະເຈົ້າຫນຶ່ງອົງໄດ້ມາທີ່ຄ້າຍແລ້ວ." ພວກເຂົາເວົ້າວ່າ, "ວິບັດແກ່ພວກເຮົາ! ບໍ່ເຄີຍເກີດເລື່ອງຢ່າງນີ້ມາກ່ອນເລີຍ! \v 8 ວິບັດແກ່ພວກເຮົາ! ໃຜຈະຊ່ວຍເອົາພວກເຮົາຈາກພະລັງຂອງພຣະເຈົ້າເຫລົ່ານີ້ໄດ້? ພຣະເຫລົ່ານີ້ເປັນຜູ້ທີ່ໄດ້ບຸກໂຈມຕີຊາວເອຢິບ ດ້ວຍພັຍພິບັດທີ່ແຕກຕ່າງກັນ ຫລາຍຊະນິດໃນຖິ່ນແຫ້ງແລ້ງກັນດານ. \v 9 ຈົ່ງກ້າຫານເທີ້ນ, ແລະຈົ່ງເປັນລູກຜູ້ຊາຍ, ເຈົ້າທັງຫລາຍຊາວຟີລິດສະຕິນເອີຍ, ຫລື ພວກທ່ານຈະກາຍເປັນທາດຂອງຊາວເຮັບເຣີ, ດັ່ງທີ່ພວກເຂົາເຄີຍເປັນທາດພວກເຈົ້າ. ຈົ່ງເປັນລູກຜູ້ຊາຍ, ແລະຈົ່ງຕໍ່ສູ້."