lo_1sa_text_ulb_l3/09/12.txt

1 line
1.2 KiB
Plaintext

\v 12 ພວກນາງໄດ້ຕອບ, ແລະກ່າວວ່າ, "ລາວຢູ່ທີນີ້; ເບິ່ງແມ, ລາວຢູ່ດ້ານຫນ້າພວກທ່ານ. ຟ້າວໄປເທີ້ນ, ເພາະວ່າລາວກຳລັງເຂົ້າມາທີ່ເມືອງວັນນີ້, ເພາະວ່າປະຊາຊົນຈະມີການຖວາຍສັດບູຊາທີສະຖານທີ່ສູງວັນນີ້. \v 13 ທັນທີທີ່ພວກທ່ານເຂົ້າໄປເຖິງໃນເມືອງ ພວກທ່ານຈະພົບລາວກ່ອນທີ່ລາວຈະຂື້ນໄປກິນທີ່ສະຖານທີ່ສູງ. ປະຊາຊົນຈະບໍ່ກິນຈົນກວ່າລາວຈະມາ, ເພາະລາວຕ້ອງມາອວຍພອນເຄື່ອງສັດບູຊາ; ຫລັງຈາກນັ້ນ ພວກຜູ້ທີ່ໄດ້ຖືກເຊີນຈຶ່ງຈະກິນ. ບັດນີ້ຂຶ້ນໄປເຖີດ, ເພາະພວກທ່ານຈະໄດ້ພົບກັບລາວທັນທີ."