lo_1sa_text_ulb_l3/07/10.txt

1 line
1.0 KiB
Plaintext

\v 10 ຂະນະທີ່ຊາມູເອນກຳລັງຖວາຍເຄື່ອງເຜົາບູຊາທັງຕົວຢູ່ນັ້ນ ຄົນຟີລິດສະຕິນກໍໄດ້ເຂົ້າມາໃກ້ ເພື່ອບຸກໂຈມຕີອິດສະຣາເອນ. ແຕ່ພຣະຢາເວຊົງໃຫ້ຟ້າຮ້ອງສຽງດັງຫລາຍ ໃນວັນນັ້ນຕໍ່ຄົນຟີລິດສະຕິນ ແລະໄດ້ເຮັດໃຫ້ພວກເຂົາສັບສົນ, ແລະພວກເຂົາກໍວຸ່ນວາຍຕໍ່ຫນ້າອິດສະຣາເອນ. \v 11 ພວກຜູ້ຊາຍຊາວອິດສະຣາເອນກໍໄດ້ອອກຈາກເມືອງມິດສະປາ, ແລະພວກເຂົາໄດ້ໄລ່ກວດພວກຟີລິດສະຕິນ ແລະໄດ້ຂ້າຟັນພວກເຂົາໄປຈົນເຖິງໃຕ້ຂອງເມືອງເບັດຄາ.