lo_1sa_text_ulb_l3/04/01.txt

1 line
1.0 KiB
Plaintext

\c 4 \v 1 ຖ້ອຍຄຳຂອງຊາມູເອນໄດ້ມາເຖິງຊາວອິດສະຣາເອນທັງຫມົດ. ບັດນີ້ ອິດສະຣາເອນໄດ້ຍົກກອງທັບອອກໄປເຮັດສົງຄາມກັບ ພວກຟີລິດສະຕິນ. ພວກເຂົາໄດ້ຕັ້ງຄ້າຍທີເອເບເຊບາ, ແລະ ຄົນຟິລິດສະຕິນກໍໄດ້ຕັ້ງຄ້າຍຢູ່ໃນອາເຟກ. \v 2 ພວກຟີລິດສະຕິນຈັດພົນຮົບເປັນແຖວເຂົ້າມາຕໍ່ສູ້ກັບອິດສະຣາເອນ. ເມື່ອສົງຄາມແພ່ຂະຫຍາຍວົງອອກໄປ, ອິດສະຣາເອນໄດ້ເສຍໄຊຊະນະໃຫ້ແກ່ພວກຟີລິດສະຕິນ, ຜູ້ຊຶ່ງຂ້າປະມານສີ່ພັນຄົນໃນສະຫນາມຮົບ.