\v 13 ດັ່ງນັ້ນ ຄົນຟີລິດສະຕິນຈຶ່ງພ່າຍແພ້ ແລະພວກເຂົາບໍ່ໄດ້ເຂົ້າມາໃນເຂດແດນຂອງອິດສະຣາເອນອີກ. ພຣະຫັດຂອງພຣະຢາເວໄດ້ຕໍ່ສູ້ຄົນຟີລິດສະຕິນຕະຫລອດຊີວິດຂອງຊາມູເອນ. \v 14 ບັນດາເມືອງທີ່ຄົນຟີລິດສະຕິນໄດ້ຍຶດໄປຈາກອິດສະຣາເອນນັ້ນ ກໍໄດ້ຄືນມາໃຫ້ອິດສະຣາເອນອີກ, ຕັ້ງແຕ່ເມືອງເອກໂລນເຖິງເມືອງກັດ; ອິດສະຣາເອນກໍໄດ້ຍຶດເຂດຊາຍແດນຄືນມາຈາກມືຂອງຄົນຟີລິດສະຕິນ. ແລ້ວກໍມີສັນຕິພາບລະຫວ່າງອິດສະຣາເອນແລະຄົນອຳໂມນດ້ວຍ.