\v 3 ຊາມູເອນໄດ້ເວົ້າກັບເຊື້ອສາຍອິດສະຣາເອນທັງປວງວ່າ, "ຖ້າພວກທ່ານຈະກັບມາຫາພຣະຢາເວດ້ວຍສິ້ນສຸດໃຈຂອງພວກທ່ານ, ຈົ່ງຖີ້ມຖວກພະຕ່າງດ້າວ ແລະພະອັດທາໂລດເສຍຈາກທ່າມກາງພວກທ່ານ, ແລະຈົ່ງກັບໃຈຂອງພວກທ່ານຕໍ່ພຣະຢາເວ, ແລະນະມັດສະການພຽງພຣະອົງເທົ່ານັ້ນ, ແລ້ວພຣະອົງຈະຊົງຊ່ວຍພວກທ່ານໃຫ້ພົ້ນຈາກມືຂອງຄົນຟີລິດສະຕິນ." \v 4 ແລ້ວປະຊາຊົນແຫ່ງອິດສະຣາເອນ ຈຶ່ງໄດ້ຖີ້ມພຣະບາອານ ແລະພຣະອັດທາໂລດ, ແລະນະມັດສະການພຽງພຣະຢາເວເທົ່ານັ້ນ.