\v 4 ແຕ່ເມື່ອພວກເຂົາໄດ້ຕື່ນໃນເຊົ້າວັນຕໍມາ, ເບິ່ງແມ້ ພະດາໂກນໄດ້ຫລົ້ມຄວໍ່າມາເຖິງພື້ນດິນ ຕໍ່ຫນ້າຫິບພັນທະສັນຂອງພຣະຢາເວ. ຫົວຂອງພະດາໂກນ ແລະມືທັງສອງຂ້າງກໍໄດ້ແຕກຫັກຕົກຢູ່ທີ່ທາງເຂົ້າປະຕູ. ເຫລືອແຕ່ລໍາໂຕພະດາໂກນທີ່ຍັງເຫລືອຢູ່. \v 5 ນີ້ຄືເຫດຜົນວ່າເປັນຫຍັງ, ແມ່ນແຕ່ທຸກວັນນີ້, ພວກປະໂລຫິດຂອງພະດາໂກນ ແລະ ທຸກຄົນທີ່ເຂົ້າໄປໃນວິຫານຂອງພະດາໂກນ ຈຶ່ງບໍ່ຢຽບທາງເຂົ້າປະຕູວິຫານຂອງພະດາໂກນທີ່ເມືອງອັດໂດດ.