2019-11-17 13:59:48 +00:00
|
|
|
\v 5 ເມື່ອຫິບພັນທະສັນຍາຂອງພຣະຢາເວມາເຖິງທີ່ຄ້າຍ, ປະຊາຊົນອິດສະຣາເອນທັງຫມົດກໍໂຫ່ຮ້ອງສຽງດັງ, ແລະແຜ່ນດິນກໍດັງກ້ອງສະຫນັ່ນ. \v 6 ເມື່ອຊາວຟີລິດສະຕິນໄດ້ຍິນສຽງໂຫ່ຮ້ອງ, ພວກເຂົາກໍໄດ້ເວົ້າວ່າ, "ສຽງໂຫ່ຮ້ອງອຶກກະທຶກໃນຄ້າຍຂອງພວກເຮັບເຣີນັ້ນຫມາຍຄວາມວ່າຢ່າງໃດກັນ?" ແລ້ວພວກເຂົາກໍໄດ້ຮູ້ວ່າຫິບພັນທະສັນຍາຂອງພຣະຢາເວໄດ້ມາຂ້າງໃນຄ້າຍແລ້ວ.
|