[ { "title": "ເຮົາໄດ້ຖິ້ມເບື້ອງຫລັງຂອງເຈົ້າ", "body": "ເຢໂຣໂບອາມບໍ່ໄດ້ນັບຖືພຣະຢາເວ ຄືເປັນຄົນຖິ້ມສິ່ງທີ່ບໍ່ຕ້ອງການ. ອາດຈະແປໄດ້ວ່າ: \"ປະຕິເສດຂ້ອຍຢ່າງສົມບູນ\" (ເບິ່ງເພີ່ມເຕີມ: figs_metaphor). " }, { "title": "ເບິ່ງ", "body": "\"ເອົາໃຈໃສ່.\" ຄຳນີ້ຖືກເພີ່ມເຂົ້າມາເພື່ອຊີ້ໃຫ້ເຫັນວ່າສິ່ງທີ່ຕາມມາແມ່ນສຳຄັນ. " }, { "title": "ເຮົາຈະຕັດ ... ເເລະ ເຮົາຈະເຜົາຜານຣາຊວົງ. ", "body": "ສອງປະໂຫຍກນີ້ແມ່ນຄ້າຍຄືກັນຫລາຍໃນຄວາມຫມາຍ ແລະ ຖືກເວົ້າອີກຄັ້ງຫນຶ່ງເພື່ອເນັ້ນຫນັກ. (ເບິ່ງເພີ່ມເຕີມ: figs_parallelism). " }, { "title": "ຕັດຊາຍທຸກຄົນໃນອິດສະຣາເອນ", "body": "ພຣະຢາເວກ່າວເຖິງການທຳລາຍຄອບຄົວຂອງ ເຢໂຮໂບອາມ ແລະ ກີດຂວາງລາວຈາກການມີລູກຫລານຄືກັບວ່າພຣະອົງກຳລັງຕັດພວກເຂົາອອກເປັນດັ່ງຕັດກິ່ງງ່າ ຈາກຕົ້ນໄມ້. ອາດຈະແປໄດ້ວ່າ: \"ທຳລາຍເດັກນ້ອຍຊາຍຂອງທ່ານທຸກໆຄົນໃນອິດສະຣາເອນ\" (ເບິ່ງເພີ່ມເຕີມ: figs_metaphor). " }, { "title": "ເຮົາຈະເຜົາຜານຣາຊວົງຂອງເຈົ້າຢ່າງທີ່ຄົນເຜົາຂີ້ສັດໃຫ້ໃຫມ້ຈົນຫມົດ", "body": "ຕົວຢ່າງນີ້ປຽບທຽບການກຳຈັດບັນດາລູກຫລານຂອງເຢໂຣໂບອາມ ກັບການເຜົາຂີ້ເຫຍື້ອທີ່ສົມບູນທີ່ປະສົມກັບເຟືອງ, ຕາກແຫ້ງ ແລະ ເຜົາເປັນເຊື້ອໄຟ. (ເບິ່ງເພີ່ມເຕີມ: figs_simile)" } ]